ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປິດຊຸດອົບຮົມໄລຍະສັ້ນ ໃຫ້ກຳລັງຕີພິເສດ
ກອງທັບປະຊາຊົນລາວ ພາຍໃຕ້ຫົວຂໍ້ : “ໃຕ້ຝຸ່ນ - 2023”


     ວັນ​ທີ 8 ທັນວາ 2023 ນີ້, ຢູ່​ທີ່​ກອງພັນ​ເຄື່ອນ​ໄວ 428 ໄດ້​ຈັດ​ພິທີ​ປິດ​ເຝິກອົບຮົມ​ໄລຍະ​ສັ້ນ ໂດຍ​ຄະນະ​ຄູ​ເຝິກ​ຣັດ​ເຊຍ ໃຫ້​ກຳ
ລັງ ​ຕີ​ພິເສດ ກອງທັບ​ປະຊາຊົນ​ລາວ ພາຍ​ໃຕ້​ຫົວຂໍ້: “ໃຕ້​ຝຸ່ນ2023” ໂດຍ​ການ​ເປັນ​ປະທານຂອງ ສະຫາຍ ພົນ​ໂທ ຄຳ​ລຽງ ອຸ​ທະ​ໄກສອນ
ກຳມະການ​ສູນ​ກາງ​ພັກ, ຮອງ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະເທດ, ຫົວໜ້າ​ ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ, ໂດຍ​ມີ ສະຫາຍ ພົນ​ເອກ
ຈັນ​ສະໝອນ ຈັນ​ຍາ​ລາດ ກຳມະການກົມການເມືອງສູນກາງ​ພັກ, ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງ​ປ້ອງກັນປະເທດ, ສະ
ຫາຍ ພັນ​ເອກ ອີ​ວານ​ ຕາ​ຣາ​ເຢຍ ຜູ້​ຊ່ວຍ​ຜູ້​ບັນຊາການ​ທະຫານ​ເຂດ​ຕາເວັນ​ອອກ ກອງທັບ​ຣັດ​ເຊຍ, ມີ​ບັນດາ​ຜູ້ຕາງໜ້າ 4 ກົມ​ໃຫຍ່, ຫ້ອງ
​ວ່າການ​ກະຊວງປ້ອງ​ກັນ​ປະເທດ, ຫ້ອງການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບສູນກາງ,  ທູດ​ທະຫານ​ ຣັດ​ເຊຍ ປະຈຳ ສປປ ລາວ, ກົມ
213, ບັນດາ​ຫ້ອງການຕະຫຼອດ​ຮອດ​ຄະນະ​ຊີ້​ນຳ, ອະນຸ​ກຳມະການ, ຄູ​ເຝິກ, ແຂກ​ຖືກ​ເຊີນ ພ້ອມ​ດ້ວຍ​ນັກ​ເຝິກອົບຮົມ​ເຂົ້າ​ຮ່ວມ.

     ສະຫາຍ ພັນເອກ ຄຳແສງ ແກ້ວດວງດີ ຮອງຫົວໜ້າ ກົມ 49 ໄດ້ຜ່ານບົດສະຫຼຸບຂອງການ ເຝິກອົບຮົມ ພາຍຫຼັງໄດ້ຮັບຄຳສັ່ງຈາກ
ຂັ້ນເທິງ, ຄະນະພັກ-ຄະນະບັນຊາ ກົມ 49 ໄດ້ຈັດຕັ້ງກອງປະຊຸມຄົ້ນຄວ້າເຊື່ອມຊຶມ, ກຳນົດບາງວຽກງານທີ່ຈະຕ້ອງໄດ້ເຮັດກ່ອນ ແລະ
ໄດ້ມອບໝາຍໜ້າທີ່ໃຫ້ ແຕ່ ລະພາກສ່ວນ ທີ່ມີຄວາມຮັບຜິດຊອບຊີ້ນຳ-ນຳພາ ກະກຽມກຳລັງ ແລະ ພາຫະນະ ເພື່ອຮັບປະກັນໃຫ້ ແກ່
ການຈັດຕັ້ງປະຕິບັດເຝິກແອບໃຫ້ໄດ້ຕາມແຜນການທີ່ວາງອອກ, ໄດ້ປະສານສົມທົບແໜ້ນກັບ ກົມ ພົວພັນຕ່າງປະເທດ ເພື່ອປະສານເອົາ
ຂໍ້ມູນຕ່າງໆ ມາປະກອບເຮັດໃຫ້ວຽກງານກະກຽມດ້ານເນື້ອໃນ ຫັດແອບ, ໂດຍໄດ້ມີການເປີດກອງປະຊຸມວິດີໂອ ທາງໄກຂອງສອງຝ່າຍ
ລາວ-ຣັດເຊຍ, ຣັດເຊຍ-ລາວ ເພື່ອເອກະພາບ ດ້ານຂໍ້ມູນເນື້ອໃນ, ດ້ານຈຳນວນພົນ ແລະ ຍຸດໂທ ອຸປະກອນຕ່າງໆ ເຂົ້າໃນ ການອົບຮົມ.
ໄດ້ຈັດຕັ້ງຄະນະຮັບຜິດຊອບ ແລະ ອະນຸກຳມະການກໍ່ສ້າງສະໜາມຫັດແອບ ໂດຍໄດ້ ສົມທົບກັບ ກົມອົບຮົມ ແລະ ກົມຊ່າງແສງ, ໄດ້
ຈັດຕັ້ງອະນຸກຳມະການກວດກາ ດ້ານຄວາມພ້ອມ ຕ່າງໆ ຈົນມີໝາກຜົນສຳເລັດ, ພະນັກງານ-ນັກຮົບ ແຕ່ ລະສະຫາຍ ມີແນວຄິດການ
ເມືອງໜັກແໜ້ນ, ມີຄວາມຕັດສິນໃຈສູງ, ມີຄວາມອົດທົນຜ່ານຜ່າຕໍ່ອຸປະສັກທີ່ຫຍຸ້ງຍາກ, ຍ້ອນຄວາມເອົາໃຈໃສ່ຂອງ ຂັ້ນເທິງຍາມໃດກໍ
ໄດ້ໃຫ້ຄວາມຊ່ວຍເຫຼືອ ແລະ ລົງໃກ້ຊິດຕິດແທດ, ຊີ້ນຳ-ນຳພາ ຕະຫຼອດໄລຍະບໍ່ ວ່າດ້ານວັດຖຸ ກໍຄື ຈິດໃຈ, ມີຄວາມສາມັກຄີຊ່ວຍເຫຼືອ
ອັນລ້ຳຄ່າຂອງສະຫະພັນ ຣັດເຊຍ ກໍຄື ຄູ-ອາຈານ ໄດ້ສຸມທຸກສະຕິປັນຍາ ເພື່ອຖ່າຍທອດບົດຮຽນໃຫ້ນັກເຝິກອົບຮົມ. ຕີລາຄາໝາກຜົນ
ຂອງ ການຈັດຕັ້ງເຝິກແອບຮ່ຳຮຽນສາມາດໄດ້ຄະແນນດີຄະແນນເກັ່ງ. ພ້ອມດຽວກັນນີ້, ໃນພິທີໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະ
ເທດລາວ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ຊັ້ນ III ແລະ ຫຼຽນກາມິດຕະພາບ ກອງທັບປະຊາຊົນລາວ ໃຫ້ຄະນະຊີ້ນຳ ແລະ ຄູ
ເຝິກກອງທັບ ຣັດເຊຍ. ຈາກນັ້ນ, ສະຫາຍ ພັນເອກ ອີວານ ຕາຣາເຢຍ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຜົນສຳເລັດຂອງການເຝິກອົບຮົມ
ໄລຍະສັ້ນ ພ້ອມທັງຮຽກຮ້ອງໃຫ້ນັກເຝິກອົບຮົມຄັ້ງນີ້ ຈົ່ງນຳເອົາບົດຮຽນໄປສິດສອນຮຸ່ນຕໍ່ໆໄປ ເພື່ອໃຫ້ກຳລັງຕີພິເສດສອງກອງທັບ ລາວ
-ຣັດເຊຍ ເຕີບໃຫຍ່ເຂັ້ມແຂງ ແລະ ເປັນການເສີມສ້າງສາຍ ພົວພັນມິດຕະພາບ ລະຫວ່າງ ສອງພັກ, ສອງກອງທັບ ລາວ-ຣັດເຊຍ ໃຫ້
ແຕກດອກອອກຜົນ ຂຶ້ນເລື້ອຍໆ.

     ໂອກາດນີ້, ສະຫາຍ ພົນໂທ ຄຳລຽງ ອຸທະໄກສອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ແລະ ຕີລາຄາຢ່າງສູງຕໍ່ໝາກຜົນ
ການຮ່ວມມືມິດຕະພາບ ລະຫວ່າງ ສອງຊາດ, ສອງກອງທັບ ລາວ-ຣັດເຊຍ ໂດຍສະເພາະ ແມ່ນການພົວພັນຮ່ວມມືໃນຂົງເຂດວຽກງານ
ປ້ອງກັນຊາດ ທີ່ສອງປະເທດ  ໄດ້ມີການພົວພັນຮ່ວມມືກັນມາແຕ່ດົນນານ ເຊັ່ນ: ການຊ່ວຍເຫຼືອທາງດ້ານພາຫະນະ-ອາວຸດ ຍຸດໂທປະ
ກອນຕ່າງໆ ຕະຫຼອດເຖິງການຊ່ວຍເຫຼືອກໍ່ສ້າງບຸກຄະລາກອນ, ນາຍທະຫານ, ນັກວິຊາການຕ່າງໆ, ການກໍ່ສ້າງພື້ນຖານໂຄງລ່າງໃຫ້ແກ່
ກອງທັບປະຊາຊົນລາວ ແລະ ກົມກອງ ເຫຼົ່າຮົບຕີພິເສດ ກອງທັບປະຊາຊົນລາວ, ສ້າງຄວາມເຕີບໃຫຍ່ເຂັ້ມແຂງ ໃຫ້ກອງທັບປະຊາຊົນ
ລາວ ຍືນຍົງຄົງຕົວຢູ່ ໃນຂົງເຂດພາກພື້ນອາຊຽນ-ອາຊີ ແລະ ໃນໂລກ. ການເຝິກອົບຮົມພາຍໃຕ້ຫົວຂໍ້: “ໃຕ້ຝຸ່ນ 2023” ຢູ່ ທີ່ ສາທາລະ
ນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ສິ້ນສຸດລົງດ້ວຍຜົນສຳເລັດທີ່ຈົບງາມ, ໄດ້ສ້າງຄວາມສຳພັນໄມຕີຈິດມິດຕະພາບ ຄວາມຈົດຈຳ
ຢ່າງໜ້າເພິ່ງພໍໃຈໃຫ້ແກ່ນາຍ ແລະ ພົນທະຫານ ຂອງ ສອງກອງທັບ ເຊິ່ງເປັນມິດຕະພາບ ທີ່ສວຍສົດງົດງາມ ທີ່ສອງກອງທັບບໍ່ອາດຈະ
ຫຼົງລືມໄດ້ ເຊິ່ງໄດ້ສະແດງອອກໃນຕະຫຼອດໄລຍະການເຄື່ອນໄຫວຫັດແອບ “ໃຕ້ຝຸ່ນ 2023” ເຖິງແມ່ນວ່າເວລາຈະສັ້ນ ພຽງແຕ່ 1 ເດືອນ
ເທົ່ານັ້ນແຕ່ເພື່ອນ ສະຫາຍ, ນາຍ ແລະ ພົນທະຫານ ສອງກອງທັບ ລາວ-ຮັດເຊຍ ໄດ້ອອກແຮງແຂ່ງຂັນກັນເປັນຢ່າງດີ ຕັ້ງໜ້າເຂົ້າໃນ
ການປະຕິບັດໜ້າທີ່ຂອງຕົນຢ່າງບໍ່ຮູ້ອິດເມື່ອຍ ແລະ ມີການແລກປ່ຽນບົດຮຽນປະສົບປະການ ກໍຄື ຄວາມສາມັກຄີ ເຊິ່ງກັນ ແລະ ກັນຢ່າງ
ແໜ້ນເເຟ້ນ.

ແຫຼ່ງຂ່າວໂດຍ ສົມຄິດ
ວັນທີ 12/12/2023